ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າ ກົມໃຫຍ່ ພະລາທິການກອງທັບ
ພົບປະໂອ້ລົມພະນັກງານ, ຄູ-ອາຈານ
ວິທະຍາຄານການແພດກອງທັບ


     ວັນທີ 8 ທັນວາ 2023 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວ
ໜ້າ ກົມໃຫຍ່ພະລາທິການກອງທັບ ໄດ້ພົບປະໂອ້ລົມພະນັກງານ, ຄູ-ອາຈານ ວິທະຍາຄານການແພດກອງທັບ, ໂດຍການຕ້ອນຮັບຂອງ
ສະຫາຍ ພົນຈັດຕະວາ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ ພ້ອມດ້ວຍຄະນະພັກ-ຄະນະອຳ
ນວຍການ, ພະນັກງານ ຄູ-ອາຈານ ເຂົ້າຮ່ວມ.

     ສະຫາຍ ພັນເອກ ກິ່ງແກ້ວ ແສງຄຳຢອງ ຮອງຫົວໜ້າ ການທະຫານ ຫົວໜ້າຫ້ອງອົບຮົມ ໄດ້ລາຍງານຫຍໍ້ປະຫວັດຄວາມເປັນມາ
ຂອງ ວິທະຍາຄານການແພດກອງທັບ ລວມທັງການຫັດແອບຮ່ຳຮຽນ, ການຮຽນ-ການສອນ ແລະ ຜົນງານການສ້າງບຸກຄະລະກອນດ້ານ
ການແພດ ໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນທີ່ມີ
ການຜັນແປຢ່າງສັບສົນ ໂດຍສະເພາະຢູ່ ສປປ ລາວ ເປັນຕົ້ນແມ່ນບັນຫາໄພເງິນເຟີ້, ເສດຖະກິດການເງິນ ແລະ ບັນຫາຕ່າງໆ ພ້ອມກັນ
ນັ້ນ, ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອຳນວຍການ ວິທະຍາຄານການແພດກອງທັບ ພ້ອມກັນເພີ່ມທະວີການນຳພາປັບປຸງແບບແຜນ
ແລະ ລະບຽບການຕ່າງໆ, ຜັນຂະຫຍາຍຂໍ້ກຳນົດວຽກງານປັບປຸງລະບຽບແບບແຜນຂອງກອງທັບ, ຂໍ້ກຳນົດວຽກງານສູ້ຮົບ, ຄຳສັ່ງ ອົບ
ຮົມ-ຫັດແອບ, ຂໍ້ກຳນົດວຽກງານຄຸ້ມຄອງ, ການປະກອບຈຳນວນພົນ, ການປະກອບ ອາວຸດ-ກະສຸນ, ການຈັດຕັ້ງຫັດແອບໃນເຫຼົ່າຮົບວິ
ຊາສະເພາະ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນກົມກອງ, ເພື່ອປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະ
ໄໝ, ພື້ນຖານ ສະເພາະການປັບປຸງແບບແຜນ ແລະ ລະບຽບການຕ່າງໆທີ່ເປັນອັນລວມ, ໂດຍສະເພາະພື້ນຖານການ ປັບປຸງນາຍ ແລະ
ພົນທະຫານໃນກົມກອງໃຫ້ມີຄວາມຮັບຜິດຊອບໃນການປັບປຸງແບບແຜນ ແລະ ລະບຽບການຕ່າງໆໃຫ້ມີອັນໃໝ່. ຈາກນັ້ນ, ບັນດາຄະ
ນະໄດ້ໄປຢ້ຽມຊົມພື້ນຖານໂຄງລ່າງຂອງ ວິທະຍາຄານການແພດກອງທັບ ເຊັ່ນ: ຫ້ອງຮຽນ, ທີ່ພັກຂອງນັກສຶກສາ, ຢ້ຽມຊົມຫ້ອງທົດ
ລອງ, ຫ້ອງຜ່າຕັດຕົວຈິງ, ຫ້ອງສະໝຸດ, ຫ້ອງພິມ ແລະ ໂຮງງານຜະລິດນ້ຳດື່ມຂອງ ວິທະຍາຄານການແພດກອງທັບ ຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 12/12/2023